ການກ້າວໄປສູ່ແນວທາງການມີສ່ວນຮ່ວມດ້ານສຸຂະພາບໜື່ງດຽວ: ການປູກຈິດສໍານຶກ ແລະ ຍົກສູງຄວາມສາມາດຂອງພະນັກງານແພດໃນພາກສະໜາມຂອງ ສປປ ລາວ
ຂໍ້ມູນພື້ນຖານຂອງຫຼັກສູດ ຫຼັກສູດນີ້ຖືກພັດທະນາໂດຍທີມງານຈາກຫຼາຍພາກສ່ວນ ໂດຍສະເພາະຈາກ ກົມຈັດຕັ້ງ ແລະ ພະນັກງານ, ກົມຄວບຄຸມພະຍາດຕິດຕໍ່, ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ກະຊວງສາທາລະນະສຸກ ແລະ ຄະນະກະເສດສາດ, ມະຫາວິທະຍາໄລ ຈຳປາສັກ, ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກ SEAOHUN ແລະ USAID. ຂອບເຂດນອກເໜືອຄວາມຮັບຜິດຊອບ: ເນື້ອໃນ, ຄວາມຄິດເຫັນ ແລະ ຂໍ້ເທັດຈິງທີ່ສະແດງອອກໃນຫຼັກສູດແມ່ນຄວາມຮັບຜິດຊອບພຽງຜູ້ດຽວຂອງຜູ້ຂຽນຫຼັກສູດ ແລະ ບໍ່ແມ່ນຂອງ SEAOHUN ແລະ USAID. ເອກະສານຫຼັກສູດ: ຫຼັກສູດປະກອບມີ 04 ໂມດູນ ແລະ ໃຊ້ເວລາຮຽນປະມານ 1 ຊົ່ວໂມງຂອງແຕ່ລະໂມດູນ. ໂມດູນ 1) ການແນະນຳກ່ຽວກັບສຸຂະພາບໜຶ່ງດຽວ ໂມດູນ 2) ການພົວພັນລະຫວ່າງມະນຸດ-ສັດ-ສິ່ງແວດລ້ອມ ໂມດູນ 3) ວິທີການທີ່ອີງໃສ່ຫຼັກຖານໃນສຸຂະພາບໜຶ່ງດຽວ ໂມດູນ 4) ການປະຕິບັດຍຸດທະສາດສຸຂະພາບໜຶ່ງດຽວ ແຕ່ລະຫົວຂໍ້ຈະປະກອບມີຂໍ້ມູນເພີ່ມເຕີມບາງຢ່າງທີ່ພວກເຮົາຄິດວ່າທ່ານຈະສົນໃຈ – ກົດໃສ່ຮູບໃນແຕ່ລະໂມດູນ ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບຈຸດສະເພາະ. ຜູ້ເຂົ້າຮ່ວມເປົ້າໝາຍ: ພະນັກງານສາທາລະນະສຸກດ່ານໜ້າ: ລວມທັງທ່ານໝໍ, ພະຍາບານ, ຄຸ້ມຄອງສາທາລະນະສຸກ ແລະ ພະນັກງານສາທາລະນະສຸກອື່ນໆທີ່ກ່ຽວຂ້ອງໂດຍກົງໃນການບໍລິການຄົນເຈັບ ແລະ […]









